ກົນໄກແລກປ່ຽນຂໍ້ມູນຂ່າວສານແຫ່ງຊາດ ກ່ຽວກັບຊັບພະຍາກອນພັນທຸກຳພືດ



ຂ່າວໃໝ່
ກອງປະຊຸມວິຊາການກ່ຽວກັບການ ຈັດຕັ້ງປະຕິບັດການຂັດເລືອກແຜນ ກິດຈະກຳຂອງຊີວະນານາພັນ ກະສິ ກຳ: ຜົນໄດ້ຮັບ ແລະ ແຜນໃນຕໍ່ໜ້າ. ນະຄອນຫຼວງວຽງຈັນວັນທີ
11-12/12/2007.

ການອະນຸລັກ ແລະ ການນຳໃຊ້ຊັບ ພະຍາກອນພັນທຸກຳພືດ ທີ່ສະຖາ ບັນ ຄົ້ນຄວ້າ ວິທະຍາສາດເຕັກ ນິກ ກະສິກຳ ແລະ ປ່າໄມ້, ທັນວາ 2007.

ບົດລາຍງານທະແຫຼງການໃນ ຫົວຂໍ້ພັນທຸກຳພືດເພື່ອເປັນອາຫານ ແລະ ການກະສິກຳ, ທີ່ສະຖາບັນ ຄົ້ນຄວ້າ ວິທະຍາສາດເຕັກນິກ ກະສິກຳ ແລະ ປ່າໄມ້, ທັນວາ 2007.

ກອງປະຊຸມຄັ້ງທີ 3 ຂອງຜູ້ມີສ່ວນຮ່ວມ ໃນວຽກງານ ພັນທຸກຳພືດທີ່ເປັນອາ ຫານ ແລະ ການ ກະສິກຳ. ຢູ່ສະຖາບັນ ຄົ້ນຄວ້າ ວິທະຍາສາດເຕັກນິກ ກະສິກຳ ແລະ ປ່າໄມ້. ນະຄອນຫຼວງວຽງຈັນ ວັນທີ 7- 8 ພະຈິກ 2007.

ກອງປະຊຸມກ່ຽວກັບການສ້າງຄວາມ ເຂັ້ມແຂງດ້ານປັບປຸງພັນ ພືດ ແລະ ຊີວະ ເຕັກໂນໂລຊີ ທີ່ກ່ຽວຂ້ອງຢູ່ ສປປລາວ  24 - 26  ກໍລະກົດ 2007 ທີ່ ນະຄອນຫຼວງ ວຽງຈັນ. 


 

ແຜນປະຕິບັດງານສາກົນເພື່ອການອະນຸລັກ ແລະ ການນຳໃຊ້ຊັບພະຍາກອນພັນທຸກຳ ພືດເພື່ອການກະສິກຳ ແລະ ອາຫານແບບືນຍົງ ໄດ້ຖຶກຮອງຮັບຈາກ 150 ປະເທດຢູ່ ກອງປະຊຸມສາກົນທາງວິຊາການ ກ່ຽວກັບຊັບພະຍາກອນພັນ ທຸກຳພືດທີ່ຈັດຂື້ນຢູ່ແຂວງ
ແລບຊິກ(Leipzip), ປະເທດເຢຍລະມັນໃນປິ 1996. ກອງປະຊຸມຍັງໄດ້ຮັບຮອງເອົາ ຖະແຫຼງການແລບຊິກ, ຊື່ງມີເນື້ອໃນເນັ້ນໃສ່ ຄວາມສຳຄັນຂອງຊັບພະຍາກອນ ພັນທູ ກຳພືດ ເພື່ອການຄ້ຳປະກັນທາງດ້ານ ສະບຽງຂອງໂລກ ແລະ ຮຽກຮ້ອງໃຫ້ປະເທດຕ່າງໆ ເອົາໃຈໃສ່ຕໍ່ການຈັດຕັ້ງປະ ຕິບັດແຜນດັ່ງກ່າວ.

ແຜນປະຕິບັດງານ(GPA) ໄດ້ສະເໜີເຖິງການປະກອບສ່ວນທີ່ສຳຄັນເຂົ້າໃນ ການຈັດຕັ້ງ ປະຕິບັດສົນທິສັນຍາວ່າດ້ວຍຊີວະນາໆພັນໃນຂົງເຂດອາຫານ ແລະ ການກະສິກຳ ແລະ ມັນກໍ່ເປັນນີ້ງໃນບັນດາອົງປະກອບຂອງສົນທິສັນຍາສາກົນ ກ່ຽວກັບຊັບພະຍາກອນພັນ
ທຸກຳພືດເພື່ອເປັນອາຫານ ແລະ ການກະສິກຳ. ຊື່ງຈຸດປະສົງຕົ້ນຕໍດັ່ງນີ້:
(1) ເພື່ອຮັບປະກັນການອະນຸລັກຊັບພະຍາກອນພັນທຸກຳພືດເພື່ອເປັນອາ ຫານ ແລະ ການກະສິກຳ (PGRFA), ທີ່ເປັນພື້ນຖານສຳລັບການຄ້ຳປະກັນສະບຽງອາຫານ.
(2) ສົ່ງເສີມການນຳໃຊ້ຊັບພະຍາກອນພັນທຸກຳພືດເພື່ອເປັນອາຫານ ແລະ ການກະສິກຳ ແບບຍືນຍົງ, ເພື່ອຍົກລະດັບການພັດທະນາ, ຫຼຸດຜ່ອນຄວາມ ອຶດຫິວ ແລະ ຄວາມທຸກ ຍາກ.
(3) ສົ່ງເສີມການແບ່ງປັນຜົນປະໂຫຍດ ທີ່ໄດ້ຈາກການນຳໃຊ້ຊັບພະຍາກອນພັນທຸກຳ
ພືດເພື່ອເປັນອາຫານ ແລະ ການກະສິກຳ, ເພື່ອກຳເພື່ອກຳນົດບູລິມະສິດ ແລະ ລົງມືດຳ ເນີນວຽກງານ.
(4) ເພີ່ມຄວາມເຂັ້ມແຂງໃຫ້ແກ່ແຜນງານສາກົນ, ຂົງເຂດ ແລະ ລະດັບຊາດ ໃນການອະ
ນຸລັກ ແລະ ນຳໃຊ້ຊັບພະຍາກອນພັນທຸກຳພືດ ເພື່ອເປັນອາຫານ ແລະ ການກະສິກຳ ລວມທັງການສິກສາ ແລະ ການຝຶກອົບຮົມ.

ເພື່ອບັນລຸຈຸດປະສົງທີ່ກ່າວມາໃນ 20 ບູລິມະສິດໄດ້ລວບລວມໄວ້ໃນ GPA ຊື່ງໄດ້ຈັດ ຕັ້ງເປັນ 4 ກຸ່ມຄື: ການພັດທະນາ ແລະ ການອະນຸລັກໃນຖີ່ນ ກຳເນີດ (Institu Conservation), ການອະນຸລັກນອກຖີ່ນ(Ex situ), ການນຳໃຊ້ຊັບພະຍາກອນພັນ
ທຸກຳພືດ ແລະ ການສ້າງຄວາມເຂັ້ມແຂງທາງດ້ານ ສະຖາບັນຕ່າງໆພາຍໃນ ສປປ ລາວ, ໂດຍຜ່ານໂຄງການຊິວະນາໆພັນກະສິກຳ ຂອງແຜນງານຮ່ວມມືເນເທີແລນ ສປປ ລາວ,
ໄດ້ຈັດຕັ້ງປະຕິບັດການ ນຳໃຊ້ວິທີການໃໝ່ ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດແຜນ ປະຕິບັດງານ ສາກົນ, ຊຶ່ງລວມມີການສ້າງກົນໄກແລກປ່ຽນຂໍ້ມູນຂ່າວສານ ດ້ານຊັບພະຍາ ກອນພັນທຸກຳພືດແຫ່ງຊາດ ເພື່ອເປັນອາຫານ ແລະ ການກະສິກຳ.

 

 

 

 

ບັນດາລີ້ງພາຍໃນປະເທດ

ກະຊວງກະສິກຳ ແລະ ປ່າໄມ້ (MAF)

ສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ (NAFRI)

ໂຄງການລາວ-ອີຣີ (Lao - IRRI)


ບັນດາລີ້ງຕ່າງປະເທດ

ອົງການອາຫານ ແລະ ການກະເສດ (FAO)

ແຜນປະຕິບັດງານສາກົນ ເພື່ອການອະ
ນຸລັກ ແລະ ນຳໃຊ້ ແບບຍື່ນຍົງ ຂອງຊັບ
ພະຍາກອນພັນທຸກຳພືດເພື່ອເປັນອາຫານ
ແລະການກະສິກ(GPA)

ຂໍ້ມູນຂ່າວສານ ແລະ ລະບົບເຕືອນ ໄພລ່ວງໜ້າ ຂອງໂລກ(WIEWS)

ຄະນະກຳມະການດ້ານຊັບພະ
ຍາ ກອນ
ສຳຫຼັບອາຫານ ແລະ ການກະສິກຳ (CGRFA)

ຊີວະນາໆພັນສາກົນ (IPGRI)

ສົນທິສັນຍາກ່ຽວກັບຊີວະນາໆ
ພັນ (CBD)

 


 ຕ້ອງການຂໍ້ມູນເພີ່ມເຕີມ ສາມາດຕິດຕໍ່ໄດ້ :

ດຣ. ມົນທາທິບ ຈັນເພັງໄຊ
ຫົວໜ້າສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້, ຜູ້ປະສານງານລະດັບຊາດ
ຕູ້ ປ.ນ 7170 ນະຄອນຫຼວງວຽງຈັນ, ສປປ ລາວ.​
ໂທລະສັບ: (+856-21)770084   ແຟັກ: (+856-21)770079    
ອີເມວ : monthathip.c@nafri.org.la

 

ຜູ້ຈັດທຳເວັບໄຊ: ພອນປະເສີດ ວົງສີປະສົມ
ອີເມວ:phonepaseuth@nafri.org.la